ຕິດຕາມພວກເຮົາ:
ໂທເລິຍ: 0209296599; 02054235699

ກ່ຽວກັບ

                                                                                                                                                                

                                                                                                            ບໍລິສັດ BM ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ

I. ພາບລວມບໍລິສັດ

ບໍລິສັດ BM ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ສ້າງຕັ້ງຂື້ນ ແລະ ເລີ່ມດຳເນີນກິດຈະການມາຕັ້ງແຕ່ໃນວັນທີ່: 22/02/2012 ມາຈົນເຖິງປະຈຸບັນ ມີສຳນັກງານຕັ້ງຢູ່ແຄມທາງເລກທີ່ 13 ໃຕ້, ບ້ານ ໂພນໄຊ, ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ.ເຊີ່ງທາງບໍລິສັດຂອງພວກເຮົາ ໄດ້ດຳເນີນກິດຈະການ ບໍລິການນຳເຂົ້າສິນຄ້າຫຼາຍປະເພດທີ່ຖືກກົດໝາຍຂອງ ສ.ປ.ປ ລາວ ແລະ ສົ່ງອອກສິນຄ້າປະເພດ ກະສິກຳຕ່າງໆ, ຫັດຖະກຳ ອອກຕ່າງປະເທດອີກດ້ວຍ.


II. ບໍລິການນຳເຂົ້າ-ສົ່ງອອກສິນຄ້າ


** ບໍລິການນໍາເຂົ້າ ແລະ ຈຳໜ່າຍ ພາຫະນະກົນຈັກໜັກ, ລົດຈັກ, ລົດໃຫຍ່ ທຸກປະເພດ ແລະ ອຸປະກອນອາໄຫລ່.

** ບໍລິການນໍາເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ.

** ບໍລິການນໍາເຂົ້າສິນຄ້າປະເພດຫົວຈັກລົດໄຟ, ເຄື່ອງບົດຫີນ, ລົດໄຟລາງໜັກ, ໝໍ້ແປງໄຟຟ້າ.

** ບໍລິການນໍາເຂົ້າສິນຄ້າປະເພດເຄື່ອງໃຊ້ໄຟຟ້າ, ຢາງຕີນລົດ, ນ້ຳມັນເຄື່ອງ, ເຄື່ອງໃຊ້ສອຍໃນຄົວເຮືອນຕ່າງໆ.

** ບໍລິການນໍາເຂົ້າສິນຄ້າປະເພດຂີ້ເຖົ່າລອຍ, ນ້ຳຢາປະສົມຄອນກີດ, ປູນຊີມັງຜົງ ແລະ ເຄື່ອງອຸປະກອນກໍ່ສ້າງ.

** ບໍລິການນໍາເຂົ້າສິນຄ້າປະເພດ ເຄື່ອງເຊລາມິກ ອາລຸຍຊີ່ງ ເຄື່ອງໃຊ້ໃນການປະກອບສ້າງພາຍໃນບ້ານ ພ້ອມອຸປະກອນ.

** ບໍລິການນໍາເຂົ້າສິນຄ້າປະເພດ  ຫົວອາຫານ ແລະ ປຸ໋ຍເຄມີ-ຊີວະພາບ ແລະ ອື່ນໆທີ່ໃຊ້ໃນການກະເສດ. 

** ບໍລິການສົ່ງອອກສິນຄ້າປະເພດມັນຕົ້ນຝານຕາກແຫ້ງ, ສາລີ, ຢາງພາລາ ແລະ ສິນຄ້າກະສິກຳທຸກປະເພດທີ່ມີໂຄຕ່າໃນການສົ່ງອອກສິນຄ້າໄດ້.

** ນອກຈາກສິນຄ້າທີ່ໄດ້ກ່າວມາຂ້າງເທີງ ທາງບໍລິສັດຍັງມີບໍລິການຊິບປີ່ງ ໄວ້ບໍລິການນຳເຂົ້າສິນຄ້າ ແລະ ສົ່ງອອກສິນຄ້າທຸກປະເພດທີ່ຖືກຕ້ອງຕາມກົດໝາຍ ຂອງ ສ.ປ.ປ ລາວ.


III. ດ່ານບໍລິການນຳເຂົ້າ-ສົ່ງອອກສິນຄ້າ

     + ບໍລິການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານພາສີ ສາກົນ ບໍ່ເຕນ ແຂວງ ຫຼວງນ້ຳທາ.

     + ບໍລິການນຳເຂົ້າ - ສົ່ງອອກສິນຄ້າຜ່ານດ່ານພາສີ ສາກົນ ທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນ.          

     + ບໍລິການນຳເຂົ້າ - ສົ່ງອອກສິນຄ້າຜ່ານດ່ານພາສີ ສາກົນ ປາກຊັນ ແຂວງ ບໍລິຄຳໄຊ.

     + ບໍລິການນຳເຂົ້າ - ສົ່ງອອກສິນຄ້າຜ່ານດ່ານພາສີ ສາກົນ ນ້ຳພາວ ແຂວງ ບໍລິຄຳໄຊ.

     + ບໍລິການນຳເຂົ້າ - ສົ່ງອອກສິນຄ້າຜ່ານດ່ານພາສີ ສາກົນ ຂົວມິດຕະພາບ III ແຂວງ ຄຳມ່ວນ.

     + ບໍລິການນຳເຂົ້າ - ສົ່ງອອກສິນຄ້າຜ່ານດ່ານພາສີ ສາກົນ ນາເພົ້າ ແຂວງ ຄຳມ່ວນ.

     + ບໍລິການນຳເຂົ້າ - ສົ່ງອອກສິນຄ້າຜ່ານດ່ານພາສີ ສາກົນ ແດນສະຫວັນ ແຂວງ ສະຫວັນນະເຂດ.

     + ບໍລິການນຳເຂົ້າ - ສົ່ງອອກສິນຄ້າຜ່ານດ່ານພາສີ ສາກົນ ວັງເຕົ່າ ແຂວງ ຈຳປາສັກ.

     + ມີບໍລິການຜ່ານ USER ໃຫ້ບັນດາບໍລິສັດ, ໂຄງການ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ທີ່ບໍ່ມີຢຸເຊີໃຫ້ບໍລິການເສຍພາສີ ທັງນຳເຂົ້າ ແລະ ສົ່ງອອກ.